ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ປ່ຽນຊື່ໃໝ່ເປັນ ບໍລິສັດ ປະກັນໄພ ແຫ່ງປະເທດລາວ (AGL) ພາຍໃຕ້ເຈົ້າຂອງໃໝ່
ນະຄອນຫຼວງວຽງຈັນ, 11 ທັນວາ 2024 - ບໍລິສັດອາລິອັນສ໌ ປະກັນໄພລາວ ຈໍາກັດ ມີຄວາມພາກພູມໃຈປະກາດການປ່ຽນແປງຜູ້ຖືຫຸ້ນ ແລະ ປ່ຽນຊື່ໃໝ່ເປັນ “ບໍລິສັດ ປະກັນໄພແຫ່ງປະເທດລາວ ຈຳກັດ” (ບປລ) ແລະ ຊື່ເປັນພາອັງກິດແມ່ນ Assurances General Laos (AGL). ສໍາລັບຊື່ຫຍໍ້ຢ່າງເປັນທາງການແມ່ນ “ບປລ” ແລະ “AGL ພາຍໃຕ້ການເປັນເຈົ້າຂອງກໍາມະສິດ 100% ໂດຍກະຊວງການເງິນ ແຫ່ງ ສ.ປ.ປ. ລາວ.
ການປ່ຽນຊື່ໃໝ່ແມ່ນມີຜົນບັງຄັບໃຊ້ ນັບແຕ່ວັນທີ 21 ພະຈິກ 2024, ເຊິ່ງຊື່ໃໝ່ຂອງບໍລິສັດແມ່ນ “ປະກັນໄພແຫ່ງປະເທດລາວ”, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນເພື່ອສືບຕໍ່ໃຫ້ບໍລິການປະກັນໄພຢ່າງມີຄຸນນະພາບສູງ ແລະ ຄົບວົງຈອນໃຫ້ແກ່ລູກຄ້າທັງປະເພດບຸກຄົນທົ່ວໄປ, ປະເພດທຸລະກິດ, ອົງກອນ ຫຼື ຊຸມຊົນ ໃນຂອບເຂດທົ່ວປະເທດ. ເຖິງຈະມີການປ່ຽນຊື່ໃໝ່, ບໍລິສັດກໍ່ຍັງສືບຕໍ່ໃຫ້ບໍລິການເປັນປົກກະຕິ ເພື່ອຮັບປະກັນໃຫ້ແກ່ລູກຄ້າປະກັນໄພຍັງໄດ້ຮັບຜົນປະໂຫຍດສູງສຸດໂດຍການບໍລິການຈາກພະນັກງານມີຄວາມຊໍານານຢ່າງມື້ອາຊີບເພື່ອຮັກສາມຄວາມໜ້າເຊື່ອຖື ແລະ ຄວາມເຊື່ອໝັ້ນຄືໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ ການປ່ຽນແປງຄັ້ງນີ້ແມ່ນເປັນການສ້າງເງື່ອນໄຂ ແລະ ກາລະໂອກາດໃນຂະຫຍາຍຕົວທາງທຸລະກິດຂອງຂະແໜງປະກັນໄພທັງພາຍໃນ ແລະ ຕ່າງປະເທດ ໂດຍການເປັນເຈົ້າຂອງ ແລະ ໄດ້ຮັບການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໂດຍກົງ.
ການປ່ຽນຊື່ໃໝ່ ຂອງບໍລິສັດແມ່ນ ສະແດງໃຫ້ເຫັນເຖິງການສືບຕໍ່ທຸມເທປັບປຸງ ໃຫ້ເຂົ້າສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດປະກັນໄພໃນ ສ.ປ.ປ. ລາວ, ຍົກສູງຄຸນນະພາບການບໍລິການ ເພື່ອປະກອບສ່ວນເຂົ້າໃນພາລະກິດ ສ້າງສາ ແລະ ພັດທະນາເທດຊາດ. ການປ່ຽນແປງໂຄງສ້າງບໍລິສັດໃໝ່ໃນຄັ້ງນີ້ເພື່ອ ເອື້ອອໍານວຍໃຫ້ ບໍລິສັດ ມີການສ້າງແຜນຍຸດທະສາດໃນການດຳເນີນທຸລະກິດ ໃຫ້ສອດຄ່ອງກັບ ແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ແລະ ເກາະຫ້ອຍກັບການປະຕິບັດ ວາລະແຫ່ງຊາດ ຂອງ ສ.ປ.ປ. ລາວ ໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດລັດລົງທຶນ ໂດຍສະເພາະແມ່ນໃນຂະແໜງການປະກັນໄພ.
ສຳລັບສັນຍາປະກັນໄພ ທຸກໆຜະລິດຕະພັນປະກັນໄພ, ແລະ ທຸກໆການດຳເນີນການບໍລິການລູກຄ້າຈະຍັງ ສືບຕໍ່ດໍາເນີນການປົກກະຕິ ພາຍໃຕ້ ຊື່ໃໝ່ “ບປລ” ແລະ “AGL” ເພື່ອຮັບປະກັນໃຫ້ແກ່ການບໍລິການແກ່ລູກຄ້າທັງໝົດໃນປະຈຸບັນ ແລະ ໃນອະນາຄົດໄດ້ຢ່າງຕໍ່ເນື່ອງ ດ້ວຍ ທີມງານທີ່ມີປະສົບການຂອງພວກເຮົາ ເພື່ອຮັກສາມາດຕະຖານສູງໃນການໃຫ້ບໍລິການຢ່າງ ເປັນມືອາຊີບ ແລະ ຄວາມຊື່ສັດ ສຸດຈະລິດໃນທຸກໆດ້ານຂອງທຸລະກິດ.
ສໍາລັບພິທີຖະແຫຼງຂ່າວໃນວັນທີ 11 ທັນວາ 2024 ທີ່ ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ. ການປະກາດການປ່ຽນແປງໃນຄັ້ງນີ້ໂດຍ ທ່ານ ໄພທູນ ທ່ຽງລະໄມ, ຫົວໜ້າກົມຄຸ້ມຄອງວິສະຫະກິດລັດລົງທຶນ ແລະ ການປະກັນໄພ. ທ່ານ ກີ້ ອາໂປວີ (Mr. Guy APOVY), ຜູ້ອໍານວຍການໃຫຍ່ ຂອງບໍລິສັດປະກັນໄພແຫ່ງປະເທດລາວຈໍາກັດ, ເຊິ່ງເພີ່ນໄດ້ນໍາສະເໜີແຜນຍຸດທະສາດ ແລະ ວຽກງານຈຸດສຸມໃນປີ 2025 ເພື່ອຮັບປະກັນການສືບຕໍ່ຂອງທຸລະກິດ ສ້າງຄວາມເຊື້ອໝັ້ນຕໍ່ລູກຄ້າ, ຄູ່ຮ່ວມທຸລະກິດ, ຕົວແທນປະກັນໄພ, ພະນັກງານ ແລະ ທຸກພາກສ່ວນ.